Wednesday, March 28, 2012

ການທ່ອງທ່ຽວໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ຄິກເພື່ອຟັງເພງ

ພະທາດຫລວງວຽງຈັນ

                                                                        ວັດສີສະເກດ

ວັດຫໍພະແກ້ວ 


ປະຕູໄຊ


- ອີງຕາມກົດຫມາຍວ່າດ້ວຍການທ່ອງທ່ຽວລາວ ສະບັບເລກທີ 10/ສພຊ, ລົງວັນທີ 09 /11/ 2005.
- ອີງຕາມຂໍ້ກຳນົດ ສະບັບເລກທີ 1150/ສນຍ, ລົງວັນທີ 25 /10/ 1993 ວ່າດ້ວຍການສ້າງຕັ້ງ ແລະ
ເຄື່ອນໄຫວທຸລະກິດທ່ອງທ່ຽວ.

ສະພາບລວມກ່ຽວກັບການທ່ອງທ່ຽວ

             ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຂອງປະເທດເຮົາໃນໄລຍະຊຸມປີທີ່ຜ່ານມາ ແມ່ນມີການຂະຫຍາຍຕົວ ທາງດ້ານເສດຖະກິດ-ສັງຄົມ ຂອງປະເທດເຮົາ, ໄດ້ມີຄວາມເຂັ້ມແຂງຂື້ນ
ຢ່າງຕໍ່ເນື່ອງ, ເຮັດໃຫ້ສະເຖຍລະພາບ ທາງດ້ານ ການເງິນຂອງພົນລະເມືອງລາວ ນັບມື້ນັບດີຂື້ນ, ຄົນລາວສາມາດສ້າງຄວາມຫມັ້ນຄົງໃນຊີວິດການເປັນຢູ່, ປະຊາຊົນມີຄວາມພ້ອມຫລາຍຂື້ນ ທາງດ້ານ ການເງິນ, ເປັນເຫດໃຫ້ການພັດທະນາເສດຖະກິດ ທາງດ້ານ ອຸດສາຫະກຳການທ່ອງທ່ຽວໃນປະເທດລາວນັບມື້ນັບມີການຂະຫຍາຍຕົວໄປພ້ອມໆກັນ, ຄົນລາວມີຄວາມສາມາດໄປທ່ອງທ່ຽວຢູ່ຕ່າງປະເທດຫລາຍຂື້ນ ທັງຫມົດນີ້ມັນໄດ້ຊີ້ໃຫ້ເຫັນເຖິງການສູ້ຊົນ ຈັດຕັ້ງປະຕິບັດຕາມແຜນການແນວທາງນະໂຍບາຍຂອງ ພັກ-ລັດ ໄດ້ວາງອອກ ໂດຍສະເພາະແມ່ນວຽກງານ ດ້ານອຸດສາຫະກຳການທ່ອງທ່ຽວຂອງພວກເຮົາ
ມັນໄດ້ກ້າວເຂົ້າສູ່ກ້າວໃຫມ່ ແລະ ສາມາດຍາດມາໄດ້ບັນລຸຜົນງານອັນດີງາມຕາມແຜນທີ່ໄດ້ກຳນົດໃວ້
ໃນໄລຍະຜ່ານມາຢ່າງຈົບງງາມ.
      ເພື່ອສືບຕໍ່ໃຫ້ບັນລຸຈຸດປະສົງ ເປົ້າຫມາຍ ດັ່ງກ່າວ, ເປັນຕົ້ນແມ່ນດ້ານການພັດທະນາສົ່ງເສີມການ
ທ່ອງທ່ຽວ ແລະ ອຸດສາຫະກຳການທ່ອງທ່ຽວໄປຄຽງຄູ່ກັບການຂະຫຍາຍຕົວ ທາງດ້ານ ເສດຖະກິດ-ສັງ
ຄົມຂອງປະເທດເຮົາ ທີ່ຈະກ້າວເຂົ້າມາມີສ່ວນຮ່ວມໃນການພັດທະນາສົ່ງເສີມ ການບໍລິການຕະຫລາດ
ທ່ອງທ່ຽວໃຫ້ແທດເຫມາະກັບກົນໄກເສດຖະກິດ ແລະ ຄວາມຕ້ອງການຂອງພົນລະເມືອງ ກໍ່ຄື ສັງຄົມ
ລາວໃນປັດຈຸບັນ ແລະ ອານາຄົດຕໍ່ຫນ້າເຮັດໃຫ້ອຸດສາຫະກຳການທ່ອງທ່ຽວໃນບ້ານເຮົາມີບາດກ້າວຂະ
ຫຍາຍຕົວໄປຕາມຍຸກສະໄຫມ ຍຸກແຫ່ງຄວາມກ້າວຫນ້າຂອງການທ່ອງທ່ຽວໃນທົ່ວໂລກ.






No comments:

Post a Comment