Wednesday, March 28, 2012

ນະຄອນຫລວງວຽງຈັນ

ນະຄອນຫລວງວຽງຈັນ
ນະຄອນຫລວງວຽງຈັນ ເປັນເມືອງຫລວງ ຂອງ ສປປ. ລາວ ເປັນສູນກາງການຄ້າ, ການລົງທຶນ, ການທ່ອງທ່ຽວ, ການຄົມມະນາຄົມ ແລະ ການບໍລິຫານຂອງປະເທດ.

ທີ່ຕັ້ງ
ທິດເຫນືອ ຕິດກັບແຂວງ ຫລວງພະບາງ.
ທິດຕາເວັນອອກ ຕິດກັບ ແຂວງ ຊຽງຂວາງ ແລະ ແຂວງ ບໍລິຄຳໄຊ.
ທິດໃຕ້ ຕິດກັບ ຫນອງຄາຍ (ລາດສະອານາຈັກໄທ).
ທິດຕາເວັນຕົກ ຕິດກັບ ແຂວງ ໄຊຍະບູລີ.

ພື້ນທີ່
3,920 ກິໂລແມັດມົນທົນ.

ພູມີອາກາດ
ຕັ້ງຢູ່ເຂດຮ້ອນຊື້ນ ອຸນຫະພູມຕ່ຳສຸດທີ່ 22 ອົງສາ, ອຸນຫະພູມສູງສຸດທີ່ 31 ອົງສາ, ປະລິມານນ້ຳຝົນໂດຍ
ສະເລ່ຍ 2,202 ກ້ອນ/ຕໍ່ປີ

ປະຊາກອນ
ຈຳນວນ 740,010 ຄົນ, ຊາຍ 369,717 ຄົນ, ຍິງ 370,293 ຄົນ.

ຄວາມຫນາແຫນ້ນຂອງປະຊາກອນ
189 ຄົນ ຕໍ່ຕາຕະລາງກິໂລແມັດ.

ການປົກຄອງ
ນະຄອນຫລວງຈັນ ແບ່ງອອກເປັນ 9 ເມືອງ, 500 ບ້ານ ແລະ 128,464 ຄອບຄົວ.

ສະພາບຕະຫລາດຂອງທຸລະກິດທ່ອງທ່ຽວໃນນະຄອນຫລວງວຽງຈັນ
ນະຄອນຫລວງວຽງຈັນ ນອກຈາກຈະເປັນເມືອງຫລວງທີ່ສຳຄັນ ແລະ ເປັນສູນກາງຄ້າ ແລະ ການລົງ
ທຶນແລ້ວ ນະຄອນຫລວງວຽງຈັນຍັງຈັດເປັນເມືອງທ່ອງທ່ຽວທີ່ມີສະເຫນີ ແລະ ມີຄວາມຫລາກຫຼາຍ
ເພາະມີວັດທະນະທຳ ແລະ ປະຫວັດສາດອັນເກົ່າແກ່ ປະສົມປະສານກັບຄວາມທັນສະໄຫມຂອງເມືອງ
ຫລວງ ທີ່ຕ້ອງກ້າວໄປຕາມຍຸກສະໄຫມ, ຊຶ່ງສະຖານທີ່ທ່ອງທ່ຽວທີ່ສຳຄັນ ເຊັ່ນ: ພະທາດຫລວງ, ປະຕູ
ໄຊ ແລະ ຫໍພະແກ້ວ ເປັນຕົ້ນ.

No comments:

Post a Comment