Wednesday, March 28, 2012

ການທ່ອງທ່ຽວໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ຄິກເພື່ອຟັງເພງ

ພະທາດຫລວງວຽງຈັນ

                                                                        ວັດສີສະເກດ

ວັດຫໍພະແກ້ວ 


ປະຕູໄຊ


- ອີງຕາມກົດຫມາຍວ່າດ້ວຍການທ່ອງທ່ຽວລາວ ສະບັບເລກທີ 10/ສພຊ, ລົງວັນທີ 09 /11/ 2005.
- ອີງຕາມຂໍ້ກຳນົດ ສະບັບເລກທີ 1150/ສນຍ, ລົງວັນທີ 25 /10/ 1993 ວ່າດ້ວຍການສ້າງຕັ້ງ ແລະ
ເຄື່ອນໄຫວທຸລະກິດທ່ອງທ່ຽວ.

ສະພາບລວມກ່ຽວກັບການທ່ອງທ່ຽວ

             ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຂອງປະເທດເຮົາໃນໄລຍະຊຸມປີທີ່ຜ່ານມາ ແມ່ນມີການຂະຫຍາຍຕົວ ທາງດ້ານເສດຖະກິດ-ສັງຄົມ ຂອງປະເທດເຮົາ, ໄດ້ມີຄວາມເຂັ້ມແຂງຂື້ນ
ຢ່າງຕໍ່ເນື່ອງ, ເຮັດໃຫ້ສະເຖຍລະພາບ ທາງດ້ານ ການເງິນຂອງພົນລະເມືອງລາວ ນັບມື້ນັບດີຂື້ນ, ຄົນລາວສາມາດສ້າງຄວາມຫມັ້ນຄົງໃນຊີວິດການເປັນຢູ່, ປະຊາຊົນມີຄວາມພ້ອມຫລາຍຂື້ນ ທາງດ້ານ ການເງິນ, ເປັນເຫດໃຫ້ການພັດທະນາເສດຖະກິດ ທາງດ້ານ ອຸດສາຫະກຳການທ່ອງທ່ຽວໃນປະເທດລາວນັບມື້ນັບມີການຂະຫຍາຍຕົວໄປພ້ອມໆກັນ, ຄົນລາວມີຄວາມສາມາດໄປທ່ອງທ່ຽວຢູ່ຕ່າງປະເທດຫລາຍຂື້ນ ທັງຫມົດນີ້ມັນໄດ້ຊີ້ໃຫ້ເຫັນເຖິງການສູ້ຊົນ ຈັດຕັ້ງປະຕິບັດຕາມແຜນການແນວທາງນະໂຍບາຍຂອງ ພັກ-ລັດ ໄດ້ວາງອອກ ໂດຍສະເພາະແມ່ນວຽກງານ ດ້ານອຸດສາຫະກຳການທ່ອງທ່ຽວຂອງພວກເຮົາ
ມັນໄດ້ກ້າວເຂົ້າສູ່ກ້າວໃຫມ່ ແລະ ສາມາດຍາດມາໄດ້ບັນລຸຜົນງານອັນດີງາມຕາມແຜນທີ່ໄດ້ກຳນົດໃວ້
ໃນໄລຍະຜ່ານມາຢ່າງຈົບງງາມ.
      ເພື່ອສືບຕໍ່ໃຫ້ບັນລຸຈຸດປະສົງ ເປົ້າຫມາຍ ດັ່ງກ່າວ, ເປັນຕົ້ນແມ່ນດ້ານການພັດທະນາສົ່ງເສີມການ
ທ່ອງທ່ຽວ ແລະ ອຸດສາຫະກຳການທ່ອງທ່ຽວໄປຄຽງຄູ່ກັບການຂະຫຍາຍຕົວ ທາງດ້ານ ເສດຖະກິດ-ສັງ
ຄົມຂອງປະເທດເຮົາ ທີ່ຈະກ້າວເຂົ້າມາມີສ່ວນຮ່ວມໃນການພັດທະນາສົ່ງເສີມ ການບໍລິການຕະຫລາດ
ທ່ອງທ່ຽວໃຫ້ແທດເຫມາະກັບກົນໄກເສດຖະກິດ ແລະ ຄວາມຕ້ອງການຂອງພົນລະເມືອງ ກໍ່ຄື ສັງຄົມ
ລາວໃນປັດຈຸບັນ ແລະ ອານາຄົດຕໍ່ຫນ້າເຮັດໃຫ້ອຸດສາຫະກຳການທ່ອງທ່ຽວໃນບ້ານເຮົາມີບາດກ້າວຂະ
ຫຍາຍຕົວໄປຕາມຍຸກສະໄຫມ ຍຸກແຫ່ງຄວາມກ້າວຫນ້າຂອງການທ່ອງທ່ຽວໃນທົ່ວໂລກ.






ນະຄອນຫລວງວຽງຈັນ

ນະຄອນຫລວງວຽງຈັນ
ນະຄອນຫລວງວຽງຈັນ ເປັນເມືອງຫລວງ ຂອງ ສປປ. ລາວ ເປັນສູນກາງການຄ້າ, ການລົງທຶນ, ການທ່ອງທ່ຽວ, ການຄົມມະນາຄົມ ແລະ ການບໍລິຫານຂອງປະເທດ.

ທີ່ຕັ້ງ
ທິດເຫນືອ ຕິດກັບແຂວງ ຫລວງພະບາງ.
ທິດຕາເວັນອອກ ຕິດກັບ ແຂວງ ຊຽງຂວາງ ແລະ ແຂວງ ບໍລິຄຳໄຊ.
ທິດໃຕ້ ຕິດກັບ ຫນອງຄາຍ (ລາດສະອານາຈັກໄທ).
ທິດຕາເວັນຕົກ ຕິດກັບ ແຂວງ ໄຊຍະບູລີ.

ພື້ນທີ່
3,920 ກິໂລແມັດມົນທົນ.

ພູມີອາກາດ
ຕັ້ງຢູ່ເຂດຮ້ອນຊື້ນ ອຸນຫະພູມຕ່ຳສຸດທີ່ 22 ອົງສາ, ອຸນຫະພູມສູງສຸດທີ່ 31 ອົງສາ, ປະລິມານນ້ຳຝົນໂດຍ
ສະເລ່ຍ 2,202 ກ້ອນ/ຕໍ່ປີ

ປະຊາກອນ
ຈຳນວນ 740,010 ຄົນ, ຊາຍ 369,717 ຄົນ, ຍິງ 370,293 ຄົນ.

ຄວາມຫນາແຫນ້ນຂອງປະຊາກອນ
189 ຄົນ ຕໍ່ຕາຕະລາງກິໂລແມັດ.

ການປົກຄອງ
ນະຄອນຫລວງຈັນ ແບ່ງອອກເປັນ 9 ເມືອງ, 500 ບ້ານ ແລະ 128,464 ຄອບຄົວ.

ສະພາບຕະຫລາດຂອງທຸລະກິດທ່ອງທ່ຽວໃນນະຄອນຫລວງວຽງຈັນ
ນະຄອນຫລວງວຽງຈັນ ນອກຈາກຈະເປັນເມືອງຫລວງທີ່ສຳຄັນ ແລະ ເປັນສູນກາງຄ້າ ແລະ ການລົງ
ທຶນແລ້ວ ນະຄອນຫລວງວຽງຈັນຍັງຈັດເປັນເມືອງທ່ອງທ່ຽວທີ່ມີສະເຫນີ ແລະ ມີຄວາມຫລາກຫຼາຍ
ເພາະມີວັດທະນະທຳ ແລະ ປະຫວັດສາດອັນເກົ່າແກ່ ປະສົມປະສານກັບຄວາມທັນສະໄຫມຂອງເມືອງ
ຫລວງ ທີ່ຕ້ອງກ້າວໄປຕາມຍຸກສະໄຫມ, ຊຶ່ງສະຖານທີ່ທ່ອງທ່ຽວທີ່ສຳຄັນ ເຊັ່ນ: ພະທາດຫລວງ, ປະຕູ
ໄຊ ແລະ ຫໍພະແກ້ວ ເປັນຕົ້ນ.

ແຂວງ ຜົ້ງສາລີ

ຜົ້ງສາລີ

ແຂວງ ຫລວງນ້ຳທາ

ຫລວງນ້ຳທາ

ແຂວງ ອຸດົມໄຊ

ອຸດົມໄຊ

ແຂວງ ບໍ່ແກ້ວ

ບໍ່ແກ້ວ

ແຂວງ ຫລວງພະບາງ

ຫລວງພະບາງ

ແຂວງ ຫົວພັນ

ຫົວພັນ

ແຂວງ ໄຊຍະບູລີ

ໄຊຍະບູລີ

ແຂວງ ຊຽງຂວາງ

ແຂວງ ຊຽງຂວາງ

ແຂວງ ວຽງຈັນ

ແຂວງ ວຽງຈັນ

ແຂວງ ບໍລິຄຳໄຊ

ບໍລິຄຳໄຊ

ແຂວງ ຄຳມ່ວນ

ຄຳມ່ວນ

ແຂວງ ສະຫວັນນະເຂດ

ແຂວງ ສະຫວັນນະເຂດ

ແຂວງ ສາລະວັນ

ສາລະວັນ

ແຂວງ ເຊກອງ

ແຂວງ ເຊກອງ
          ເຊກອງເປັນເມືອງທີ່ສະຫງົບ ຊຶ່່ງຕິດກັບຊາຍແດນຫວຽດນາມ ຢູ່ຕິດແຂວງ ສາລະວັນ, ອັດຕະປື. ແຂວງນີ້ມີເມືອງທ່ອງທ່ຽວທີ່ເປີດຕົວໃຫມ່ ຄື:  ເມືອງດາກຈຶງ  ສ່ວນເມືອງຕະມານ ຫລື ເມືອງຕັ້ງຂອງເຊ
ກອງນັ້ນຢູ່ທາງທິດຕາເວັນຕົກຂອງແມ່ນ້ຳເຊກອງ ແລະ ສະຖານທີ່ທ່ອງທ່ຽວກັບມີຫລາຍບ່ອນຂອງ
ແຂວງເຊກອງ.

ຕະຫລາດເຊົ້າ ແຂວງເຊກອງ

ແຂວງ ຈຳປາສັກ

ແຂວງ ຈຳປາສັກ
        ເປັນແຂວງ ທີ່່ຢູ່ໃຕ້ຂອງປະເທດ ເປັນດິນແດນທີ່ອຸດົມສົມບູນ ທາງດ້ານທຳມະຊາດ ແລະ ວັດທະນະ
ທຳ ເປັນເມືອງສຳຄັນໃນດ້ານການຄ້າ ແລະ ການລົງທຶນອຸດສາຫະກຳ, ເປັນເມືອງທີ່ມີສະເຖຍລະພາບ
ການຂະຫຍາຍຕົວທາງເສດຖະກິດ ເມືອງເອກຂອງແຂວງ ຄື  ເມືອງປາກເຊ.

ສະຖານທີ່ທ່ອງທ່ຽວ
ຄອນພະເພັງ, ຫລີ່ຜີ, ວັດພູ ແລະ ສະຖານທີ່ອື່ນໆທີ່ມີມູນເຊື້ອ ແລະ ວັດທະນະທຳອັນເກົ່າແກ່ມາຍາວນານ.

                                                          ບັນຍາກາດຍາມແລງທີ່ປາກເຊ

                                                           
                                                              ອາຊີບຫາປາຂອງຊາວບ້ານ

ແຂວງ ອັດຕະປື

ແຂວງ ອັດຕະປື (Attapeu Province)
           ເປັນແຂວງທຸລະກັນດານ ແລະ ດ້ວຍພັດທະນາ ປະຊາຊົນສ່ວນຫລາຍມີອາຊີບກະສິກຳ ແລະ ຫາປາ, ຊື່່ເມືອງເອກຢ່າງເປັນທາງການຂອງແຂວງ ຄື: ສາມັກຄີໄຊ.
           ເມືອງ ສາມັກຄີໃຊ ໄດ້ຮັບນາມວ່າ ''ເມືອງ ສວນ'' ດ້ວຍໄຊຍະພູມມີລ້ອມເຕັມໄປດ້ວຍພູເຂົາ ມີແມ່
ນ້ຳເຊກອງ ແລະ ເຊຂະຫມານໄຫລຜ່ານ ນຳຄວາມຊຸ່ມຊື່ນມາໃຫ້ທົ່ວເມືອງທີ່ເຕັມໄປດ້ວຍຕົ້ນໄມ້ທີ່ຂຽວ
ງາມ.

ສະຖານທີ່ທ່ອງທ່ຽວ
          ລະຫວ່າງເມືອງສາມັກຄີໄຊ ໄປຫາ ເມືອງ ເຊເສດຖາ ມີວັດບູຮານສ້າງໃນສະໄຫມພະເຈົ້າໄຊເສດຖາ ຢູ່ 2 ແຫ່ງ ຄື:  ວັດຫລວງ ແລະ ວັດຟາງ ຫລື ວັດທາດ, ເປັນວັດສັກສິດທີ່ເຄົາລົບບູຊາຂອງຊາວບ້ານ ແລະ ປະຊາຊົນ ຊຶ່ງສະຖານທີ່ທ່ອງທ່ຽວ ແມ່ນ

ຖ້ຳຜາ     ຢູ່ທີ່ເທິງພູເຂົາທີ່ຮາບສູງບໍລິເວນ ຫ່າງຈາກຕົວເມືອງປະມານ 3 ກິໂລແມັດ, ພາຍໃນມີພະພຸດ
ທະຣູບ ທີ່ປະດິດສະຖານຢູ່.